วันอาทิตย์ที่ 29 พฤศจิกายน พ.ศ. 2563

ສະຫລອງວັນຊ້າງສາກົນ ຢູ່ແຂວງໄຊຍະບູລີ ສົ່ງເສີມອານຸລັກຊ້າງ


 ໃນວັນທີ 12 ສິງຫາ 2017ແຂວງໄຊຍະບູລີ ໄດ້ຈັດພິທີ ສະເຫລີມສະຫລອງ ວັນຊ້າງສາກົນ ຄັ້ງທີ 3 ຂຶ້ນ ຢູ່ເດີ່ນສະໜາມຫລວງ ບ້ານນາໄຮ ເມືອງໄຊຍະບູລີ ​ແຂວງ​ໄຊ​ຍະ​ບູລີໂດຍມີຊ້າງເຂົ້າຮ່ວມ ທັງໝົດ 50 ເຊືອກ ​ແລະ ມີຫລາຍກິດຈະກຳ ເຊັ່ນ: ການ​ແຫ່ຂະບວນຊ້າງ ອ້ອມເທດສະບານເມືອງການບໍລິຈາກອາຫານຊ້າງລາຍເຊັນເປັນທີ່ລະນຶກ ພາຍໃນງານ ​ແລະ ຖ່າຍຮູບນຳຊ້າງຟີ. ໃນງານມີນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ ຢ່າງຫລວງຫລາຍ.

ທ່ານ ມູຢຽນຍູນ ຫົວໜ້າສູນອານຸລັກຊ້າງ ​ແລະ ຂະຫຍາຍພັນຊ້າງ ບໍລິສັດ ລົງທຶນພັດທະນາ ການທ່ອງທ່ຽວ ເຊໂນ-ລາວ ປະທານຈັດງານ ກ່າວວ່າ: ຈຸດປະສົ່ງການຈັດງານຄັ້ງນີ້ເພື່ອເປັນການເຮັດ ໃຫ້ສັງຄົມ ຫັນມາໃຫ້ຄວາມສົນໃຈອານຸລັກ ​ແລະ ປົກປັກຮັກສາຊ້າງຢູ່ໃນໂລກ ໂດຍສະເພາະ ຢູ່ພາຍໃນ ສປປ ລາວ ລວມທັງ​ແຂວງໄຊຍະບູລີ ໃຫ້ມີໂອກາດຄົງຕົວ ​ແລະ ຂະຫຍາຍຕົວ ຢູ່ກັບມວນມະນຸດໄປ ນານ​ແສນນານ.

ການຈັດງານສະເຫລີມສະຫລອງ ວັນຊ້າງສາກົນ ​ແມ່ນໄດ້ເລີ່ມມາ​ແຕ່ປີ 2015 ເຊິ່ງໄດ້ຈັດຂຶ້ນທີ່ ​​ແຫລ່ງທ່ອງທ່ຽວ ສວນຊ້າງປ່າ ເມືອງສິບສອງພັນນາ ສປ ຈີນ ​ແລະ ຄັ້ງນີ້ ເປັນຄັ້ງທີ 3 ເຊິ່ງໄດ້ຈັດຂຶ້ນທີ່ ​ແຂວງໄຊຍະບູລີ ແລະ ຢູ່​ແຫລ່ງທ່ອງທ່ຽວ ສວນຊ້າງປ່າ ເມືອງສິບສອງພັນນາ ​ແຂວງຢຸນນານ ສປ ຈີນ ໃນມື້ດຽວກັນນີ້ອີກດ້ວຍ.

 

 

ເມືອງງອຍ ແຂວງ ຫລວງພະບາງ



ເມືອງງອຍ ແຂວງ ຫລວງພະບາງ ເຊິ່ງຖ້າໃຜຕ້ອງການເດີນທາງມາທ່ຽວຊົມທຳມະຊາດອັນສວຍງາມທີ່ຖ້ຳແຫ່ງນີ້ກໍ່ພຽງຂີ່ລົດອອກມາຈາກຕົວເມືອງຫລວງພະບາງມາແມ່ນໃຊ້ເວລາປະມານ 3 ຊົ່ວໂມງ ເມື່ອຮອດຫນອງຂຽວແມ່ນໃຊ້ເວລາຂີ່ເຮືອຂື້ນມາອີກປະມານ 2 ຊົ່ວໂມງ

ນ້ຳພາຍໃນຖ້ຳ ມີຄວາມໃສຄືແວ່ນແກ້ວສາມາດແນມເຫັນພື້ນນ້ຳ ອາກາດພາຍໃນຖ້ຳກໍ່ເຢັນສະບາຍດີຕະຫຼອດປີ ຕາມການບອກເລົ່າຂອງປະຊາຊົນໃນທ້ອງຖິ່ນໄດ້ບອກວ່າ ຖ້ຳແຫ່ງນີ້ມີອາຍຸປະມານ 2,000 ປີ ແລ້ວ ແລະ ມີຕຳນານກ່ຽວກັບ ທ້າວ 7 ໄຫ ນອກຈາກນີ້ຍັງມີຜາໜ່ວຍໜຶ່ງທີ່ມີລັກສະນະຄ້າຍແມ່ຍິງນອນ ເຊິ່ງຊາວບ້ານເຂດນີ້ເອີ້ນກັນວ່າ “ຜານາງນອນ” ນັ້ນເອງ.

ຫາກໃຜໄດ້ໄປທ່ຽວທີ່ຫຼວງພະບາງ ກໍ່ຢ່າພາດມາຕາມຮອຍຕຳນານທາງວັນນະຄະດີ ທີ່ຖ້ຳແຫ່ງນີ້ ແລ້ວທ່ານຈະໄດ້ຫຼາຍກວ່າຄຳວ່າຄວາມສຸກກັບເມືອແນ່ນອນ

 


ເທດສະການດອກງິ້ວບານ




 ງານເທດສະການດອກງິ້ວບານ ແມ່ນປາງບຸນໜຶ່ງທີ່​ສໍາຄັນຂອງປະຊາຊົນບັນດາເຜົ່າ ຊາວເມືອງຕົ້ນເຜີ້ງ ກໍ່ຄືຂອງຊາວ ແຂວງບໍ່ແກ້ວ ທີ່ໄດ້ຈັດ​ຂຶ້ນທຸກໆປີ. ງານດັ່ງກ່າວມັນໄດ້ສ່ອງແສງໃຫ້ເຫັນເຖິງ​ແບບ​ແຜນ​ດໍາລົງຊີວິດ, ຮີດຄອງປະເພນີອັນດີງາມ, ຄວາມດຸໝັ່ນຫ້າວຫັນໃນການອອກແຮງງານທຳການຜະລິດຕິດພັນກັບການອະນຸລັກຮັກສາທຳມະຊາດ-ສິ່ງ​ແວດ​ລ້ອມ, ແນໃສ່ສົ່ງເສີມການທ່ອງທ່ຽວທຳມະຊາດ (ປ່າດອກງິ້ວບານ ດອນຊາວ), ທ່ອງທ່ຽວດ້ານວັດທະນະທຳ (ຮີດຄອງປະເພນີ 13 ຊົນເຜົ່າ ຂອງແຂວງບໍ່ແກ້ວ)

 

“ບໍ່ນ້ຳຮ້ອນກາສີ” ອອນເຊັນເມືອງລາວ



 ໃນຄໍລຳ ທ່ອງທ່ຽວກັບລາວໂພສມື້ນີ້ ເຮົາຈະພາທຸກຄົນຜ່າຄວາມໜາວໄປສະແຫວງຫາຄວາມອົບອຸ່ນທີ່ບໍ່ນ້ຳຮ້ອນ ແຕ່ບໍ່ຈຳເປັນຂຶ້ນໄປໄກຮອດຊຽງຂວາງ, ຫົວພັນ ພຽງກາຍນະຄອນຫຼວງວຽງຈັນເຮົາໄປໜ້ອຍດຽວກໍ່ໄດ້ສຳພັດກັບຄວາມອົບອຸ່ນນີ້ໄດ້ກັບ “ບໍ່ນ້ຳຮ້ອນກາສີ” ນອກຈາກຈະໄດ້ສຳພັດຄວາມອົບອຸ່ນຈາກນ້ຳແລ້ວ ທ່ານຍັງຈະໄດ້ສະບາຍໄປກັບທິວທັດອັນສວຍງາມ ອາກາດທີ່ສົດຊື່ນອີກດ້ວຍ

ບໍ່ນ້ຳຮ້ອນກາສີ ແມ່ນຕັ້ງຢູ່ບ້ານນ້ຳແກ່ນ ເມືອງກາສີ ແຂວງວຽງຈັນ ລຽບທາງເລກທີ່ 13 ເໜືອ ຫ່າງຈາກນະຄອນຫຼວງວຽງຈັນ 250 ກິໂລແມັດ ເທົ່ານັ້ນ

ໜາວນີ້ຢ່າລືມພາຄອບຄົວ ຫຼື ຄົນທີ່ທ່ານຮັກມາລອງສຳພັດ ຮັບຮອງວ່າທ່ານຈະຕິດໃຈຈົນຕ້ອງກັບມາອີກຄັ້ງແນ່ນອນ

 


ວັດພູສີ



 


ພູສີ ເປັນພູສັກສິດຕັ້ງຢູ່ກາງເມືອງ ຫຼວງພະບາງ ແລະ ມີພະທາດ ສູງ 20 ແມັດ ຕັ້ງຢູ່ເທິງຈອມ. ເປັນສະຖານທີ່ຊົມວິວທິທັດ ຂອງ ເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມຸມຂອງ ຫຼວງພະບາງ, ນອກນັ້ນຍັງສາມາດເຫັນ ທິວທັດທຳມະຊາດ ຈຸດໄຫຼ ພົບຂອງສາຍນ້ຳຂອງ ແລະ ສາຍນ້ຳຄານ.ນອກນັ້ນຍັງເປັນສະຖານທີ່ ຊົມຕາເວັນຕົກດິນທີ່ສວຍງາມ ຊຶ່ງບໍ່ມີແຫ່ງໃດຈະທຽບໄດ້. ຄຸ້ມ ຄ່າແທ້ ກັບການທີ່ຕ້ອງຍ່າງຂື້ນໄປຕາມຂັ້ນໃດສູງຊັນເຖິງ 328 ຂັ້ນ.

 


ວັດຊຽງທອງ


 

ວັດຊຽງທອງ" ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸບປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍຂອງລາວ ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດກໍຄືການໄປຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ແມ່ນຂະໜາດ ຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາດສະຫນາແບບຫລວງພະບາງແທ້ໆ ດ້ວຍຫລັງຄາພຣະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ ສ່ວນກາງຂອງຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ "ສິມ” (ອຸໂປສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ 1-7 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາທີ່ສ່ວນຂອງໜ້າບັນມີ “ໂຫງ່” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາດສະຫນາເມື່ອຍ່າງເຂົ້າຕໍ່ມາທີ່ປະຕູພະອຸໂປສົດ ຈະສະດຸດຕາກັບລວດລາຍແກະສະຫລັກອັນສວຍງາມ ເຊັ່ນດຽວກັບທີ່ປ່ອງຢ້ຽມ.

ຝາພາຍໃນກໍສວຍງາມດ້ວຍລວດລາຍປິດທອງສະຫລຸເທິງພື້ນສີດຳ ເລົ່າເລື່ອງພຸດທະປະຫວັດ, ທ້າວສີທົນ, ພະເຈົ້າ10ຊາດ ແລະ ພາບນິທານເພື່ອນບ້ານ ເລິກເຂົ້າໄປຄືພະປະທານຊຶ່ງມີຊື່ວ່າ “ພະອົງຫລວງ” ນອກຈາກວັດຊຽງທອງຈະມີພະອຸໂປສົດທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ ການຕົບແຕ່ງລວດລາຍຕາມຝາພາຍໃນກໍສວຍງາມຄືກັນ ບໍລິເວນຝາດ້ານຫລັງຂອງພະອຸໂປສົດກໍມີການຕົບແຕ່ງດ້ວຍການເອົາແກ້ວສີມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາເບິ່ງງົດງາມ.

ຖັດມາບໍລິເວນດ້ານຂ້າງ ແລະ ດ້ານຫລັງຂອງພະອຸໂປສົດ ເປັນທີ່ຕັ້ງຂອງວິຫານນ້ອຍໆ 2 ຫລັງ ຈຸດເດັ່ນຂອງວິຫານດ້ານໜ້າຄື ທີ່ຝາດ້ານນອກ ແຕ່ລະຫລັງຕົບແຕ່ງດ້ວຍແກ້ວສີ ຕັດເປັນຊິ້ນສ່ວນນ້ອຍໆ ແລ້ວນຳມາຕໍ່ກັນເປັນຮູບຮ່າງຕ່າງໆ ເລົ່າເປັນນິທານພື້ນບ້ານ ລົງເທິງຝາສີບົວ ເບິ່ງສວຍງາມໜ້າຮັກຕາມແບບສະບັບຫລວງພະບາງ ວິຫານຫລັງນ້ອຍດ້ານຂ້າງພະອຸໂປສົດ ທີ່ມີຊື່ວ່າ “ວິຫານແດງ” ພາຍໃນເປັນທີ່ປະດິດຖານພະພຸດທະຮູບປາງໄສຍາດທີ່ງົດງາມ ດ້ວຍພະຫັດ ທີ່ຮອງຮັບພະສຽນໄວ້ຢ່າງົດງາມ ແລະ ອອນຊອນ ພະພຸດທະຮູບນີ້ເຄີຍນຳໄປຈັດສະແດງ ທີ່ນະຄອນປາຣີ ປະເທດຝຣັ່ງ ໃນປີ ຄ.ສ.1931 ແລະ ໄປປະດິດສະຖານຢູ່ທີ່ນະຄອນວຽງຈັນ ຫລາຍສິບປີ ກ່ອນນຳກັບມາຍັງຫລວງພະບາງ ໃນປີ ຄ.ສ.1964 ສ່ວນວິຫານດ້ານຫລັງພະອຸໂປສົດຄື “ຫໍພະມ່ານ” ພາຍໃນປະດິດສະຖານ “ພະມ່ານ” ຊຶ່ງມີລັກສະນະຄ້າຍກັບ "ພະບາງ" ຈົນຫລາຍຄົນເຂົ້າໃຈຜິດຄິດວ່າເປັນອົງດຽວກັນ.

ໃນຊ່ວງມື້ບຸນຂຶ້ນປີໃໝ່ຂອງລາວ (ຊ່ວງມື້ສົງການ) ຈະມີການອັນເຊີນ “ພະມ່ານ” ລົງມາເພື່ອໃຫ້ປະຊາຊົນໄດ້ສົງນ້ຳ ແລະ ກາບໄຫວ້ ເລື່ອງພາຍໃນຝາດ້ານຫລັງວິຫານນີ້ເປັນພາບປະດັບແກ້ວສີ ເລົ່າເລື່ອງວິຖີຊີວິດຂອງຜູ້ຄົນ ສ້າງຂຶ້ນໃນປີ ຄ.ສ.1950 ເພື່ອສະເຫລີມສະຫລອງ ທີ່ໂລກກ້າວສູ່ຍຸກເຄິ່ງພຸດທະການ ດ້ານຫລັງຫໍພະມ່ານ ເປັນທີ່ຕັ້ງຂອງພະທາດສີສະຫວ່າງວົງ ຊຶ່ງເປັນທີ່ເກັບອັດຖິຂອງເຈົ້າມະຫາຊີວິດສີສະຫວ່າງວົງແລະ ດ້ານທິດຕະເວັນອອກສຽງໃຕ້ຕິດກັບຮົ້ວເປັນໂຮງເກັບເຮືອໃກ້ກັບແຄມແມ່ນ້ຳຂອງ ສ່ວນດ້ານໜ້າພະອຸໂປສົດ ເປັນທີ່ຕັ້ງຂອງຫໍກອງມີລວດລາຍລົງຮັກປິດທອງສວຍງາມເທິງເສົາ ນອກຈາກນັ້ນໃນບໍລິເວນວັດຊຽງທອງເມື່ອທ່ານຍ່າງເຂົ້າໄປທາງດ້ານຖະໜົນໂພທິສາລາດ ດ້ານຂວາມືຈະຕ້ອງສະດຸດຕາກັບອາຄານຊົງບູຮານມີລວດລາຍແກະສະຫລັກທາສີຄຳ. ຂະໜາດໃຫຍ່ຊຶ່ງເອິ້ນວ່າ “ໂຮງມ້ຽນໂກດ” ຫລືເປັນໂລງເກັບພະໂກດ, ພະລາຊະລົດ, ລາຊະຍານຂອງເຈົ້າຊີວິດສີສະຫວ່າງວັດທະນາ ຊຶ່ງສິ້ນພະຊົນເມື່ອປີ ຄ.ສ.1959 ແລະ ໄດ້ສ້າງໂຮງມ້ຽນໂກດແຫ່ງນີ້ຂຶ້ນໃນປີ ຄ.ສ.1962 ພາຍໃນມີລັກສະນະເປັນໂຖງກວ້າງ ຝາດ້ານໜ້າຕັ້ງແຕ່ໜ້າບັນລົງມາຈົນເຖິງພື້ນສາມາດຖອດອອກເພື່ອໃຫ້ສາມາດເຄື່ອນລາຊະລົດອອກມາໄດ້ ບໍລິເວນກາງໂຮງມ້ຽນໂກດເປັນທີ່ຕັ້ງຂອງລາຊະລົດໄມ້ແກະສະຫລັກປິດຄຳແປວຮອບຄັນ ມີພະໂກດ 3 ອົງສູນກາງເປັນໂກດອົງໃຫຍ່ ຂອງເຈົ້າສີສະຫວ່າງວັດທະນາ ອົງນ້ອຍດ້ານຫລັງເປັນຂອງພະລາຊະມານດາ ສ່ວນອົງນ້ອຍດ້ານໜ້າເປັນຂອງພະເຈົ້າອາ ໂຮງມ້ຽນໂກດນີ້ອອກແບບໂດຍເຈົ້າມະນີວົງ ແລະ ແກະສະຫລັກໂດຍຊ່າງຫລວງພະບາງ ທີ່ຊື່ “ເພຍຕັນ” ເມື່ອຄັ້ງທີ່ ຮັບລາຊະການຢູ່ໃນພະມະຫາລາຊະວັງ ນັບເປັນຊ່າງຝີມືຊັ້ນເອກປະຈຳພະອົງຂອງເຈົ້າມະຫາຊີວິດສີສະຫວ່າງວັດທະນາ ມີຄວາມຊຳນານທັງດ້ານການຂຽນ ແລະ ການແກະສະຫລັກ ຈຸດເດັ່ນອີກຢ່າງໜຶ່ງຂອງໂຮງມ້ຽນໂກດ ຄືບໍລິເວນຝາດ້ານນອກທີ່ “ເພຍຕັນ” ແກະສະຫລັກໄວ້ຢ່າງງົດງາມລົງດ້ວຍສີທອງສຸກ ເລົ່າເລື່ອງພະລັກພະລາມ ຕອນສຳຄັນ ໆ ເຊັ່ນດ້ານເທິງສຸດເປັນ ຕອນພິເພກກຳລັງບອກຄວາມລັບເລື່ອງທີ່ຊ່ອນຫົວໃຈຂອງທົດສະກັນກັບພະລາມ, ພະລັກ ແລະ ນາງສີດາ ຖັດລົງມາເປັນຕອນທີ່ທົດສະກັນຖືກທະນູຂອງພະລາມສຽບເຂົ້າທີ່ຫົວໃຈເປັນຕົ້ນ ເດີມພາບແກະສະຫລັກເຫລົ່ານີ້ເປັນລັກສະນະການລົງຮັກປິດທອງທີ່ສວຍງາມຕໍ່ມາມີການບູລະນະໃໝ່ ໂດຍທາສີທອງທັບລົງໄປດັ່ງທີ່ເຫັນໃນປະຈຸບັນ ນອກຈາກນີ້ພາຍໃນວັດຊຽງທອງຍັງມີເຂດສັງຄາວາດ ປະກອບດ້ວຍກຸດຕິ, ສະຖູບເຈດີ ດັ່ງວັດທົ່ວໆໄປ ແລະ ຍັງມີພະສົງຈຳພັນສາຢູ່.

 

ທົ່ງໄຫຫີນ


 

ທົ່ງໄຫຫີນ ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ຊາວບ້ານໄປພົບເຂົ້າລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫເຮັດດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດເມືອງໂພນສະຫວັນ ແລະ ຍັງມີບ່ອນອື່ນໆອີກ. ໃນແຂວງຊຽງຂວາງ ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງຮອຍການເກືອກລາກມາຈາກບ່ອນອື່ນ ບາງໄຫ ມີລັກສະນະ ແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນເຄື່ອງຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ. ອ້ອມຮອບໄຫຫີນພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບສຳລິດຂອງວຽດນາມ ຈຶ່ງພໍຈະຄາດເດົາໄດ້ວ່າ ຊົນເຜົ່າ ທີ່ສ້າງໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍໄປທົ່ວພູມີພາກແຖວນີ້ດ້ວຍ ນັກບູຮານຄະດີລຸ້ນຫລັງໆ ລົງຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງພວກຈາມໃນຫວຽດນາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ໃນແຂວງອັດຕະປື ທາງທິດຕະເວັນອອກສຽງໃຕ້ ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍ ສຳລັບທົ່ງໄຫຫີນນີ້ ຖະໜົນເຂົ້າເຖິງສະດວກ ໃນເຂດໂພນສະຫວັນ ແຂວງຊຽງຂວາງ ຊຶ່ງທາງລັດຖະບານ ໄດ້ເກັບກູ້ລະເບີດອອກໝົດແລ້ວ ທຸ່ງໄຫຫີນ ມີຢູ່ສາມກຸ່ມນຳກັນຄື:

·        ກຸ່ມທີ່ 1 ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ທາງທິດຕະເວັນອອກສຽງໃຕ້ ໄປທາງເມືອງຄູນ ເມືອງຫລວງເກົ່າ ໄລຍະທາງປະມານ 7.5 ກິໂລແມັດ ມີໄຫຫີນກະຈັດກະຈາຍ ຢູ່ໃນທົ່ງຫຍ້າປະມານ 200 ໜ່ວຍ ແລະ ມີຂະໜາດໃຫຍ່ກວ່າໃນກຸ່ມອື່ນໆ ໜ່ວຍໃຫຍ່ທີ່ສຸດຕັ້ງຢູ່ໂນນພູທາງດ້ານຂວາມື ປາກໄຫຫັນໜ້າໄປທາງສະຫນາມບິນທົ່ງໄຫຫີນ ບໍລິເວນທີ່ຕັ້ງໄຫຫີນນີ້ເປັນຈຸດຊົມວິວທີ່ສວຍງາມອີກແຫ່ງໜຶ່ງເພາະສາມາດເບິ່ງເຫັນສະໜາມບິນທົ່ງໄຫຫິນ ກອງບັນຊາການກອງທັບອາກາດລາວ ຕົວເມືອງໂພນສະຫວັນ ສ່ວນທາງດ້ານຂວາມືຈະມີຂັ້ນໄດປູນ ຍ່າງລົງໄປຍັງທົ່ງໄຫຫີນອີກຈຸດໜຶ່ງ ຊຶ່ງມີຫລາຍກວ່າໃນຈຸດຊົມວິວແຫ່ງນີ້ ຈາກຈຸດຊົມວິວໄປທາງຊ້າຍມືຈະເຫັນໄຫຫີນ ຈຳນວນນັບສິບໆໜ່ວຍ ວາງລຽງລາຍຢູ່ເຕັມທົ່ງຫຍ້າ ຖັດມາທາງດ້ານຊ້າຍມືຂອງທົ່ງໄຫຫີນ ຈະພົບຖ້ຳແຫ່ງໜຶ່ງ ມີແສງແດດສາດສ່ອງລົງມາ ພາຍໃນຖ້ຳມີລັກສະນະ ເປັນປ່ອງມີຄວາມສູງປະມານ 60 ແມັດ ລັກສະນະພາຍໃນຖ້ຳບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ 50-60 ຄົນ ຖ້ຳແຫ່ງນີ້ເຄີຍໃຊ້ເປັນທີ່ຫລົບໄພສົງຄາມຂອງຊາວເມືອງຊຽງຂວາງ ຍາມເມື່ອເຮືອບິນ ມາຖິ້ມລະເບີດ ພ້ອມກັບໃຊ້ເປັນຄັງເກັບອາວຸດ ແລະ ເຊື້ອເພີງ ເມື່ອສົງຄາມອິນດູຈີນທີ່ຜ່ານມາ ບໍລິເວນໂດຍຮອບທົ່ງໄຫຫີນເທິງຈຸດຊົມວິວ ຈະພົບຮ່ອງຮອຍການຂຸດເປັນເດີ່ນ ເປັນແນວຍາວເພື່ອປ້ອງກັນການໂຈມຕີທາງອາກາດ ແລະ ຂຸມຫຼົບລະເບີດຂະໜາດໃຫຍ່ຫລາຍຂຸມ ຕະຫລອດຈົນຮ່ອງຮອຍທີ່ໄຫຫີນແຕກກະຈາຍອັນເປັນຜົນມາຈາກຝູງເຮືອບິນ ບີ 52 ຂອງອະເມຣິກາ

·        ກຸ່ມທີ່ 2 ຄືກຸ່ມໄຫຫີນພູສະລາໂຕ ຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້ ປະມານ 25 ກິໂລແມັດ ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າປະມານ 94 ໜ່ວຍ.

·        ກຸ່ມທີ່ ກຸ່ມໄຫຫີນລາດຄ່າຍ ຢູ່ຖັດລົງມາຈາກກຸ່ມໄຫຫີນພູສະລາໂຕ ປະມານ 10 ກິໂລແມັດ ປະກອບດ້ວຍໄຫຫີນປະມານ 150 ໜ່ວຍ ກະຈາຍຢູ່ເທິງໂນນພູໜ່ວຍນ້ອຍ ເບິ່ງລົງມາເຫັນວິວ ທົ່ງຮາບ ຂອງທ້ອງທົ່ງທ້ອງນາຂອງ ບ້ານຊຽງດີ ຊຶ່ງຢູ່ເທິງໂນນພູໜ່ວຍຕໍ່ໄປ ໄດ້ຢ່າງຊັດເຈນ

ສະຖານທີ່ຕັ້ງ ຫ່າງຈາກເມືອງໂພນສະຫະຫວັນເມືອງຫລວງໃໝ່ ຂອງແຂວງຊຽງຂວາງປະມານ 5 ກິໂລແມັດ.

วันอาทิตย์ที่ 22 พฤศจิกายน พ.ศ. 2563

ຕາດກວາງສີ ພະຫຼວງພະບາງ



 

                                                    ຕາດກວາງສີ ພະຫຼວງພະບາງ

ວັດຈອມເຂົາມະນີຣັດ



               

                                              

                                    

                                                       ວັດຈອມເຂົາມະນີລັດ

ວັດຈອມເຂົາມະນີຣັດ ໄດ້ເປັນວັດທີ່ມີຄວາມເກົ່າແກ່ແຫ່ງໜຶ່ງ ທີ່ມີຄວາມສັກສິດ ຕັ້ງຢູ່ໃຈກາງເມືອງຫ້ວຍຊາຍ. ພຸດທະສາສະນິກກະຊົນ ໄດ້ໃຫ້ຄວາມເຄົາລົບນັບຖື. ສ້າງຕັ້ງຂຶ້ນໃນປີ 1880. ຮູບແບບຂອງການປຸກສ້າງ ແມ່ນ ໄດ້ເຮັດດ້ວຍໄມ້ສັກເປັນບ່ອນສັກກາລະບູຊາຂອງຊາວເມືອງ ແລະ ນັກທ່ອງທ່ຽວ. ວັດຈອມເຂົາມະນີຣັດ ຍັງໄດ້ເປັນ ຕົ້ນກຳເນີດຂອງເຮືອນຕັ້ງເສົາຢອງຫີນ ໃນກາງສະຕະວັດທີ 15 (ປະຈຸບັນຖືກໄຟໄໝ້ແລ້ວ), ພາຍໃນສິມ ໄດ້ມີຮູບພາບ ເລົ່າປະຫວັດຂອງພະພຸດທະເຈົ້າ, ມີເຕົ່າຫີນເພື່ອສ່ຽງທວາຍ, ບານປະຕູສະຫຼັກດ້ວຍຮູບພາບປະຫວັດຂອງທ້າວສີທົນ ແລະ ນາງມະໂນລາ ທີ່ສວຍສົດ ງົດງາມ. ເຊິ່ງກົງກັນຂ້າມກັບທາງລົງທ່າ ດ່ານສາກົນຫ້ວຍຊາຍ ຂ້າມໄປອຳເພີຊຽງຂອງ (ປະເທດໄທ).


ຄ້າຍທະຫານຟຮັ່ງເກົ່າ




 

ສະຫລອງວັນຊ້າງສາກົນ ຢູ່ແຂວງໄຊຍະບູລີ ສົ່ງເສີມອານຸລັກຊ້າງ

  ໃນວັນທີ 12 ສິງຫາ 2017 ,  ແຂວງໄຊຍະບູລີ   ໄດ້ຈັດພິທີ ສະເຫລີມສະຫລອງ ວັນຊ້າງສາກົນ ຄັ້ງທີ 3 ຂຶ້ນ ຢູ່ເດີ່ນສະໜາມຫລວງ ບ້ານນາໄຮ   ເມືອງໄຊຍະບູລີ   ​...