ເມືອງງອຍ ແຂວງ ຫລວງພະບາງ

                                                



ເມືອງງອຍ ແຂວງ ຫລວງພະບາງ ເຊິ່ງຖ້າໃຜຕ້ອງການເດີນທາງມາທ່ຽວຊົມທຳມະຊາດອັນສວຍງາມທີ່ຖ້ຳແຫ່ງນີ້ກໍ່ພຽງຂີ່ລົດອອກມາຈາກຕົວເມືອງຫລວງພະບາງມາແມ່ນໃຊ້ເວລາປະມານ ຊົ່ວໂມງ ເມື່ອຮອດຫນອງຂຽວແມ່ນໃຊ້ເວລາຂີ່ເຮືອຂື້ນມາອີກປະມານ ຊົ່ວໂມງ

ນ້ຳພາຍໃນຖ້ຳ ມີຄວາມໃສຄືແວ່ນແກ້ວສາມາດແນມເຫັນພື້ນນ້ຳ ອາກາດພາຍໃນຖ້ຳກໍ່ເຢັນສະບາຍດີຕະຫຼອດປີ ຕາມການບອກເລົ່າຂອງປະຊາຊົນໃນທ້ອງຖິ່ນໄດ້ບອກວ່າ ຖ້ຳແຫ່ງນີ້ມີອາຍຸປະມານ 2,000 ປີ ແລ້ວ ແລະ ມີຕຳນານກ່ຽວກັບ ທ້າວ ໄຫ ນອກຈາກນີ້ຍັງມີຜາໜ່ວຍໜຶ່ງທີ່ມີລັກສະນະຄ້າຍແມ່ຍິງນອນ ເຊິ່ງຊາວບ້ານເຂດນີ້ເອີ້ນກັນວ່າ “ຜານາງນອນ” ນັ້ນເອງ.

ຫາກໃຜໄດ້ໄປທ່ຽວທີ່ຫຼວງພະບາງ ກໍ່ຢ່າພາດມາຕາມຮອຍຕຳນານທາງວັນນະຄະດີ ທີ່ຖ້ຳແຫ່ງນີ້ ແລ້ວທ່ານຈະໄດ້ຫຼາຍກວ່າຄຳວ່າຄວາມສຸກກັບເມືອແນ່ນອນ

 


ไม่มีความคิดเห็น:

แสดงความคิดเห็น

ສະຫລອງວັນຊ້າງສາກົນ ຢູ່ແຂວງໄຊຍະບູລີ ສົ່ງເສີມອານຸລັກຊ້າງ

  ໃນວັນທີ 12 ສິງຫາ 2017 ,  ແຂວງໄຊຍະບູລີ   ໄດ້ຈັດພິທີ ສະເຫລີມສະຫລອງ ວັນຊ້າງສາກົນ ຄັ້ງທີ 3 ຂຶ້ນ ຢູ່ເດີ່ນສະໜາມຫລວງ ບ້ານນາໄຮ   ເມືອງໄຊຍະບູລີ   ​...